ຂ່າວສານ ສະໝັກວຽກ ແບບຟອມຕ່າງໆ ກິດຈະກໍາ & ໂປຼໂມຊັນ ຂາຍດິນ ແລະ ເຮືອນ ອີເມວ EN

ບໍລິການບັດສາກົນຜ່ານຕູ້ ATM

ບໍລິການບັດສາກົນຜ່ານຕູ້ ATM

ບໍລິການບັດສາກົນຜ່ານຕູ້ເອທີເອັມ

ບໍລິການບັດສາກົນຜ່ານຕູ້ເອທີເອັມ

ຊື່ຜະລິດ​ຕະພັນ

ບໍລິການບັດສາກົນຜ່ານຕູ້ເອທີເອັມ

ຄຸນລັກສະນະ

ບໍລິການບັດສາກົນຜ່ານຕູ້​ເອທີ​ເອັມ ​ແມ່ນບໍລິ​ການ​ເພື່ອຮອງ​ຮັບ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ​ ທີ່​ນໍາ​ໃຊ້​ບັດ​ສາກົນ​ຊະນິດ​ຕ່າງໆ ທີ່​ຕ້ອງການ​ນໍາ​ໃຊ້​ເງິນສົດ ເຊິ່ງລູກ​ຄ້າ​ສາມາດ​ໃຊ້ບໍລິການຖອນເງິນສົດ ຜ່ານລະບົບຕູ້​ເອທີ​ເອັມຢ່າງ​ສະດວກ​. ເຊິ່ງຕູ້ ເອທີ​ເອັມຂອງ ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ສາມາດ​ໃຫ້​ບໍລິການ​ຖອນ​ເງິນສົດ​ຜ່ານ​ຕູ້​ເອທີ​ເອັມຂອງ​ບັດ​ສາກົນ ຫຼາຍ​ປະ​ເພດ​ບັດ​ເຊັ່ນ: VISA, Master, Maestro, Cirrus, Diners Club International, JCB, CUP.

ຜົນປະໂຫຍດທີ່ໄດ້ຮັບ

ຂັ້ນ​ຕອນ​ການ​​ຖອນເງິນສົດ​ສະດວກ ວ່ອງ​ໄວ ຈາກຕູ້​ເອທີີເອັມ ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ທີ່​ຕັ້ງ​ຢູ່​ໃກ້​ທ່ານ, ສາມາດ​ໃຊ້ບໍລິການຕູ້​ເອທີ​ເອັມ ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ໄດ້ທຸກຈຸດທົ່ວປະ ເທດ ຕະຫຼອດ 24 ຊົ່ວໂມງ.

ເງື່ອນໄຂການໃຊ້ບໍລິການ

ທຸກທ່ານ​ທີ່ມີ​ບັດ Visa, Master, Maestro, Cirrus, Diners Club International, JCB ​ແລະ CUP​.

ປະຕິທິນ ທຄຕລ 2024